SketchUp ຫລື Google SketchUp ກ່ອນຫນ້ານີ້ເປັນຂອງບໍລິສັດ @Last Software ແຕ່ປັດຈຸບັນຖືກ Google ເຊັ້ງຕໍ່ໄປແລ້ວ ເພື່ອພັດທະນາໃຊ້ກັບ Google Earth, ແນວຄວາມຄິດຂອງໂປຣແກຣມນີ້ ແມ່ນໃຊ້ໄວ້ສ້າງແບບຈຳລອງ 3 ມິຕິແບບ
ງ່າຍດາຍ ຫລັກໆແມ່ນໃຊ້ກັບວຽກ ສະຖາປັດຕະຍະກຳ ແລະ ວິສະວະກຳ ນອກນັ້ນຍັງສາມາດໃຊ້ ອອກແບບຜະລິດຕະພັນ ຫລື ແມ້ກະທັ້ງອອກແບບເກມ.
ມາເບິ່ງຄວາມສາມາດ ແລະ ຈຸດເດັ່ນຂອງ SketchUp ວ່າມີຫຍັງແດ່
- ໃຊ້ງານງ່າຍ ແລະ ສະດວກ ເມື່ອປຽບທຽບກັບໂປຣແກຣມ 3 ມິຕິຕົວອື່ນ
- ສາມາດເລືອກ unit format ໄດ້ຫລາຍແບບ ຄື Architectural, Decimal, Engineering ແລະ fractional
- ສາມາດເລືອກທິດ(ຄວາມລະອຽດເປັນອົງສາ) ສຳລັບການວາງແຜນຜັງລວມ ໃນງານສະຖາປັດຯ
- ສາມາດເລືອກຕຳແຫນ່ງຂອງອາຄານ (ຄວາມລະອຽດເປັນ ແວງ-ຂະຫນານ) ຄ່າຕົວນີ້ຈະມີຜົນຕໍ່ລັກສະນະແສງແດດ
- ຂຶ້ນຮູບແບບ 3 ມິຕິຢ່າງງ່າຍດາຍ ໂດຍໃຊ້ເຄື່ອງມື Push/Pull
- ສາມາດໃສ່ເງົາໃຫ້ກັບຕົວອາຄານ ທີ່ພິເສດຄືສາມາດເລືອກ ເດືອນ ແລະ ໄລຍະເວລາຂອງຊ່ວງວັນ ເຊັ່ນ ເດືອນ ມີນາ ຕອນ 11 ໂມງເຊົ້າ ເປັນຕົ້ນ
- ນອກຈາກໃສ່ເງົາໄດ້ແລ້ວ ຍັງສາມາດໃສ່ຫມອກຄວັນໄດ້ອີກ
- ສ້າງ 3 ມິຕິຄັ້ງດຽວ ແຕ່ເບິ່ງຮູບດ້ານອື່ນໆໄດ້ທັງຫມົດ ນັບຕັ້ງແຕ່ ແຜນຜັງ, ຮູບດ້ານຕ່າງໆ ຈົນໄປເຖິງຮູບຕັດ
- ສາມາດໃສ່ລາຍວັດສະດຸໄດ້ແບບງ່າຍໆ ໂດຍໃຊ້ເຄື່ອງມື Paint Bucket
- ສາມາດເບິ່ງໃນມຸມມອງ Parallel Projection, Perspective ແລະ Two-Point Perspective
- ສາມາດໃຊ້ Ruby Console ເພື່ອຄວາມລະອຽດ
- ມີວັດຖຸສຳເລັດຮູບ(Component) ໃຫ້ໃຊ້, ມີໃຫ້ດາວໂຫລດນຳເນັດອີກດ້ວຍ
- ສາມາດ Export ໄຟລ໌ໄດ້ຫລາຍຮູບແບບ ເຊັ່ນ .3ds, .dae, .dwg, .dxf ເປັນຕົ້ນ
- ສຳລັບເວີຊັ່ນໂປຣ ຈະມີ LayOut ໃຫ້ຂີດແບບ 2 ມິຕິ
- ມີເວັບໄຊທ໌ທີ່ຂຽນ Tutorial ໄວ້ຮອງຮັບ
- ອື່ນໆອີກ ພຽບບບບບບ
ສະຫລຸບສັ້ນໆວ່າ
ຄັກ, ລອງດາວໂຫລດມາໃຊ້ກັນເບິ່ງ

ຫນ້າຕາຂອງໂປຣແກຣມ

ລັກສະນະເວລາໃຊ້ງານ
ເວັບເປັນທາງການ :
http://sketchup.google.com/ວິກິພີເດຍ :
http://en.wikipedia.org/wiki/Sketchup