Welcome, Guest.

ຈຂກທ. ກະທູ້: ສ້າງລາຍລາວ ໂດຍໃຊ້ 3D max  (ອ່ານ 738 ເທື່ອ)

0 ຄົນ ແລະ 1 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.

ອອບໄລ diabou

  • Newbie
  • *
  • ໂພສ: 14
  • ເພດ: ຊາຍ
  • ຕິດເກມ ບ້າຄອມ ຝັນຢາກສ້າງເກມ
ສ້າງລາຍລາວ ໂດຍໃຊ້ 3D max
« ເມື່ອ: ເມສາ 11, 2010, 10:42:03 PM »
ສະບາຍດີ ຂພຈ ຊື່ວ່າບູ້ ພໍດີເຫັນລີ້ງເວບນີ້ຈາກເວບ ຂອງທ່ານໄກ http://www.linelao.com/end_comment.html ກໍ່ເລີຍໄດ້ຕິດຕາມນຳມາເພື່ອຈະໄດ້ມາສືກສາຫາຄວາມຮູ້ ຈາກທຸກໆທ່ານທີ່ມັກເລື່ອງ graphic ເຊັ່ນດຽວກັນ

ເຊີ່ງຂໍເປີດກະທູ້ຫ້ອງ 3ມິຕິ ຄົນທຳອິດເລີຍເນາະ ຫຸຫຸ ດ້ວຍຮູບທີ່ຂພຈ ເຮັດເອງຄັ້ງທຳອິດ ທີ່ໃຊ້ 3d max ສ້າງລາຍລາວ (ເຄີຍແຕ່ຂື້ນໂມເດວຫຸ່ນ ແລະ ອື່ນໆ) ພໍດີໄດ້ລົມກັບທ່ານໄກ ແລ້ວກໍ່ໄດ້ທົດລອງເຮັດເບີ່ງຄັ້ງທຳອິດ ກໍ່ເລີຍຢາກເອົາມາໂພສໃຫ້ໄດ້ເບີ່ງນຳກັນ ຕຳຫນິຕິຊົມໄດ້ຕາມສະບາຍ




ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 106
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #1 ເມື່ອ: ເມສາ 12, 2010, 09:20:30 AM »
ງາມຫລາຍ diabou ຖ້າເຮັດເປັນເສັ້ນໂຄ້ງແບບອ່ອນຊ້ອຍ ຈະເຮັດໃຫ້ໄດ້ອາລົມຂອງລາຍລາວຫລາຍຂຶ້ນ
ເຖິງຢ່າງໃດກໍ່ຕາມ ເລື່ອງລັກສະນະຂອງຜົນງານມັນຂຶ້ນກັບ concept ຂອງຕົວສິລະປິນເອງ
ວ່າຕ້ອງການສື່ງານອອກມາເປັນແບບໃດ ແບບທັນສະໄຫມ ແບບປະຍຸກ ຫລື ແບບດັ້ງເດີມ
ຕົວນີ້ຄືຊິແມ່ນແບບປະຍຸກ ແມ່ນບໍ່ ?

ອອບໄລ diabou

  • Newbie
  • *
  • ໂພສ: 14
  • ເພດ: ຊາຍ
  • ຕິດເກມ ບ້າຄອມ ຝັນຢາກສ້າງເກມ
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #2 ເມື່ອ: ເມສາ 12, 2010, 10:38:53 AM »
ກໍ່ອາດຈະແມ່ນແບບປະຍຸກ ນັ້ນລະທ່ານ PhoeniXTeN ເພາະວ່າເຮົາກໍ່ບໍ່ມີແບບລາຍລາວຊັດເຈນປານໃດ ເຮັດ 3ມິຕິ ຢາກລຳບາກຫນ່ອຍນື່ງຖ້າບໍ່ມີຂະຫນາດທີ່ແນ່ນອນ ອັນນີ້ກໍ່ເປັນອັນທີ່ທົດລອງສ້າງລອງເບີ່ງ concept ກໍ່ແມ່ນຢາກເຫັນລາຍລາວໃນຮູບແບບ 3ມິຕິ ວ່າຈະອອກມາເປັນແບບໃດ ເພື່ອຈະໄດ້ຄ່ອຍໆສືກສາ ແລະ ພັດທະນາຕໍ່ໆໄປ

ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 106
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #3 ເມື່ອ: ເມສາ 12, 2010, 01:23:46 PM »
ສິ່ງທີ່ຂາດຫາຍໄປຢ່າງຫນຶ່ງ ເຮົາວ່າແມ່ນເລື່ອງຂອງຮູບແບບ ກໍຄືວ່າ ແນມປຸບ ຕ້ອງຮູ້ປັບເລີຍວ່າແມ່ນ ລາຍລາວ ສ່ວນວ່າຈະແມ່ນລາຍຫຍັງນັ້ນ ກໍເປັນເລື່ອງຄວາມຮູ້ຂອງແຕ່ລະບຸກຄົນໄປ, ຖ້າທຽບກັບວ່າເປັນ art work ທົດລອງເພື່ອສຶກສາ ເຮົາວ່າ diabou ເຮັດໄດ້ດີແລ້ວ ພັດທະນາຜົນງານຕໍ່ໄປ ແລ້ວຢ່າລືມເອົາມາໂພສ ໂຊແນ່ເນີ້

ອອບໄລ au8ust

  • Newbie
  • *
  • ໂພສ: 7
  • ສະມາຊິກ Graphicme
    • au8ust's tech channel
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #4 ເມື່ອ: ເມສາ 13, 2010, 06:10:53 AM »
ກຣີ໊ດດດດດດດດດດດ ກົງຈັກຊັດໆ ອິອິ

ອອບໄລ Mar3h

  • Newbie
  • *
  • ໂພສ: 4
  • ສະມາຊິກ Graphicme
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #5 ເມື່ອ: ພຶດສະພາ 03, 2010, 06:27:20 PM »
ກີດດດ ເຮົາວ່າດອກບົວ.... ກັກໆໆໆ


ເຮັດໄດ້ດີຫຼາຍ ຊົມເຊີຍ...

ອອບໄລ joniex

  • Newbie
  • *
  • ໂພສ: 4
  • ເພດ: ຊາຍ
  • ຄົນທໍາມະດາ
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #6 ເມື່ອ: ສິງຫາ 30, 2010, 02:35:46 AM »
ຄັກໆ ຫຼາຍທ່ານ
ວ່າແຕ່ອ້າຍບູ້(ຮ້ອງອ້າຍເອົາຊະຄົນເກັ່ງກ່ວາເຮົາ) ຮຽນເອົາເອງຫວາ ??? ຫຼືມີໃຜສອນ??? ພໍດິເຮົາກະກໍາລັງສົນໃຈດ້ານນິ
ໍບໍ່ມີຄົນທີ່ເກັ່ງທີ່ສຸດ ມີແຕ່ຄັນທີ່ເກັ່ງກ່ວາ

ອອບໄລ diabou

  • Newbie
  • *
  • ໂພສ: 14
  • ເພດ: ຊາຍ
  • ຕິດເກມ ບ້າຄອມ ຝັນຢາກສ້າງເກມ
Re: ສ້າງລາຍລາວ ໂດຍໃຊ້ 3D max
« ຕອບກັບ #7 ເມື່ອ: ກັນຍາ 04, 2010, 12:49:09 PM »
ເຮົາບໍ່ເກັ່ງດອກ  - -"
ເລື່ອງວ່າຮຽນເອງເບາະນັ້ນ ແມ່ນຮຽນເອງ ເພາະວ່າບັງເອີນໄດ້ເຂົ້າກຸ່ມ robot ຂອງຄະນະ ລະໄດ້ຮັບຜິດຊອບເປັນຄົນເຮັດ animation ຂອງ robot contest ເລີ່ມທຳອິດແມ່ນປີ 2006 ມາຮອດ 2009 ໂດຍເລີ່ມຕົ້ນທຳອິດກະແມ່ນສືກສານຳປື້ມໄທ ຕໍ່ມາກະເບີ່ງນຳເວັບຕ່າງປະເທດ ລະກະພວກວິດີໂອ ສອນ ມາຮອດປະຈຸບັນກໍ່ຈົບການສືກສາແລ້ວ ກໍ່ເລີຍບໍ່ຄ່ອຍໄດ້ໃຊ້ 3dmax ປານໃດແລ້ວ

Tiny URL: